ຄວາມເປັນມາຂອງ ບໍລິສັດ ກຸ່ມຄຳໄພ ຊະນະ

ບໍລິສັດ ກຸ່ມ ຄຳໄພ ຊະນະ ຖືກສ້າງຕັ້ງຂື້ນໃນປີ 1989 ( ເດີມມີຊື່ວ່າ ບໍລິສັດ ຄຳໄພ ຜະລິດຕະພັນໄມ້ ແລະ ເຟີນີເຈ ຈຳກັດ ) ເປັນບໍລິສັດ ທີ່ຈັດຫາເຟີນິເຈີ ແລະ ຜະລິດຕະພັນໄມ້ ສຳລັບຕະຫລາດພາຍໃນປະເທດ ແລະ ສົ່ງອອກຕ່າງປະເທດ, ພາຍຫລັງ ບໍລິສັດ ໄດ້ຂະຫຍາຍທຸລະກິດຮັບເໝົາ ກໍ່ສ້າງ ໃນປີ 1998 ເພື່ອຄວ້າໂອກາດໃນການເປີດຕະຫລາດໃນລາວທາງດ້ານວຽກງານພຶ້ນຖານໂຄງລ່າງທີ່ສົດໃສໃນເວລານັ້ນ, ບໍລິສັດ ກຸ່ມ ຄຳໄພ ຊະນະ ຈຳກັດ ຈຶ່ງໄດ້ຄວ້າໂອກາດນີ້ໃນການວາງຕົວເອງໃຫ້ເປັນບໍລິສັດຊັ້ນນຳໃນການແກ້ໄຂບັນຫາການກໍ່ສ້າງ, ວິໄສທັດນີ້ໂດຍໄດ້ຮັບການເນັ້ນໜັກໃສ່ ການຈັດການອົງກອນ ແລະ ການພັດທະນາຊັບພະຍາກອນມະນຸດ ໄປຄຽງຄູ່ກັບການນຳໃຊ້ເທັກໂນໂລຊີທີ່ທັນສະໄໝ ເພື່ອໃຫ້ໝັ່ນໃຈໃນຄຸນນະພາບການເຮັດວຽກ ແລະ ຄວາມເພິ່ງພໍໃຈຂອງລູກຄ້າ. ເປົ້າໝາຍສູງສຸດຂອງເຮົາຄືການສ້າງງານທີ່ມີຄຸນນະພາບໃຫ້ໄດ້ມາດຕະຖານສາກົນ.

ຄວາມສາມາດໃນການແຂ່ງຂັນພາຍໃຕ້ການຈັດການຄຸນນະພາບລະດັບໂລກ, ໃນຊ່ວງເວລາທີ່ບໍລິສັດເຕີບໃຫຍ່ຂະຫຍາຍຕົວ ແລະ ວາງຮາກຖານທີ່ດີສຳລັບການດຳເນີນທຸລະກິດຢ່າງຕໍ່ເນື່ອງລວມເຖິງປະໂຫຍດຕໍ່ການພັດທະນາປະເທດ.

ບໍລິສັດ ກຸ່ມ ຄຳໄພ ຊະນະ ຈຳກັດ ແມ່ນໜຶ່ງໃນລາຍຊື່ຜູ້ຮັບເໝົາທີ່ໄດ້ຮັບອະນຸຍາດສຳລັບວຽກງານປະເພດ ກໍ່ສ້າງອາຄານ, ສາຍສົ່ງໄຟຟ້າ, ຂົວທາງ, ຊົນລະປະທານ ແລະ ນຳປະປາ. ປະຈຸບັດ ບໍລິສັດເຮົາເປັນໜຶ່ງໃນຜູ້ຮັບເໝົາລາຍໃຫຍ່ທີ່ສຸດແຫ່ງໜຶ່ງສຳລັບໂຄງການຂອງລັດ.

ບໍລິສັດ ກຸ່ມ ຄຳໄພ ຊະນະ ຈຳກັດ ເປັນບໍລິສັດກໍ່ສ້າງລາຍໃຫຍ່ຂອງປະເທດລາວທີ່ມີຄວາມສາມາດໂດຍລວມໃນວຽກງານກໍ່ສ້າງອາຄານ ແລະ ວຽກງານວິສະວະກຳໂຍທາ ເຊິ່ງລວມເຖິງການພັດທະນາດ້ານການອອກແບບ ແລະ ການເງິນ.

Scroll Up