ນະໂຍບາຍການພັດທະນາ ແບບຍືນຍົງ

ບໍລິສັດ ກຸ່ມຄຳໄພ ຊະນະ ຍຶດໝັ່ນໃນການດຳເນີນທຸລະກິດມີຄວາມໂປ່ງໄສ, ສາມາດກວດສອບໄດ້ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ. ຈຶ່ງເຮັດໃຫ້ມີນະໂຍບາຍເພື່ອແນວທາງໃນການປະຕິບັດງານໃຫ້ທຸລະກິດມີການເຕີບໃຫຍ່ ຄວບຄູ່ໄປກັບການພັດທະນາສັງຄົມ ແລະ ສິ່ງແວດລ້ອມແບບຍືນຍົງດັ່ງນີ້:

1. ມີການບໍລິຫານຈັດການ, ການວາງແຜນ ແລະ ເສຍພາສີອາກອນຕາມແນວທາງທີ່ກົດໝາຍກຳນົດຢ່າງຖືກຕ້ອງ.

2. ມີສຶກສາ ແລະ ພິຈາລະນາເຖິງຜົນກະທົບກັບການລົງທຶນຕ່າງໆຂອງ ບໍລິສັດ ເພື່ອໃຫ້ການລົງທຶນນັ້ນມີຄວາມສອດຄ່ອງກັບກົນລະຍຸດຂອງ ອົງກອນ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

3. ມີການກຳນົດຜູ້ຮັບຜິດຊອບໃນການຕິດຕໍ່ປະສານງານກັບໜ່ວຍງານຂອງລັດຖະບານເພື່ອໃຫ້ດຳເນີນງານເປັນໄປຢ່າງຖືກຕ້ອງ ແລະ ລົດຄວາມສ່ຽງທີ່ອາດຈະເກີດຂຶ້ນໃນການລົງທຶນ.

4. ມີການໃຫ້ຄວາມຮູ້ພະນັກງານເພື່ອໃຫ້ສາມາດປະຕິບັດງານໄດ້ຢ່າງຖືກຕ້ອງຕາມກົດໝາຍ.

Scroll Up