ວຽງຈັນທາມສ໌ ຂຽນເລື່ອງ ທ່ານ ຄຳໄພ ສົມຊະນະ ກັບການພັດທະນາແຂວງໄຊສົມບູນ
01/12/2025
ຂ່າວ
KPG Admin
ໜັງສືພິມວຽງຈັນທາມສ໌ ລົງບົດຂຽນກ່ຽວກັບ ທ່ານ ຄຳໄພ ສົມຊະນະ ປະທານ ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ທີ່ເຂົ້າໄປລົງທຶນຢູ່ແຂວງໄຊສົມບູນ ນັບແຕ່ທ້າຍປີ 2018. ໂຄງການພັດທະນາກະສິກຳ ແລະ ປ່າໄມ້ ຄົບວົງຈອນ ໄດ້ມອບງົວແມ່ພັນ 1.040 ໂຕ ໃຫ້ 385 ຄອບຄົວ ໃນ 13 ບ້ານ ແລະ ລະຫວ່າງປີ 2019-2024 ບໍລິສັດໄດ້ລົງທຶນ 9,95 ຕື້ກີບ. ບົດຂຽນຍັງເວົ້າເຖິງໂຄງການທ່ອງທ່ຽວທຳມະຊາດ ພູເບ້ຍ ແລະ ລາງວັນ Lao Business Leader Award 2025 ທີ່ ທ່ານໄດ້ຮັບ ໃນໂອກາດສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຄົບຮອບ 35 ປີ.
ທີ່ມາ: Vientiane Times