KPGປະຫວັດຄວາມເປັນມາ

ກ່ຽວກັບພວກເຮົາ.

ສ້າງອະນາຄົດ ສປປ ລາວ ນັບຕັ້ງແຕ່ 1990

ປີປະສົບການ
35+
ບໍລິສັດລູກ
11
ໂຄງການສຳເລັດ
140+
ພະນັກງານ
3,000+

01ປະຫວັດຄວາມເປັນມາ

ສ້າງອະນາຄົດຂອງລາວ ດ້ວຍປະສົບການ ແລະ ຄວາມເຊື່ອຖື

ບໍລິສັດ ກຸ່ມ ຄຳໄພຊະນະ ຖືກສ້າງຕັ້ງຂື້ນໃນປີ 1989 ( ເດີມມີຊື່ວ່າ ບໍລິສັດ ຄຳໄພ ຜະລິດຕະພັນໄມ້ ແລະ ເຟີນີເຈ ຈຳກັດ ) ເປັນບໍລິສັດ ທີ່ຈັດຫາເຟີນິເຈີ ແລະ ຜະລິດຕະພັນໄມ້ ສຳລັບຕະຫລາດພາຍໃນປະເທດ ແລະ ສົ່ງອອກຕ່າງປະເທດ, ພາຍຫລັງ ບໍລິສັດ ໄດ້ຂະຫຍາຍທຸລະກິດຮັບເໝົາ ກໍ່ສ້າງ ໃນປີ 1998 ເພື່ອຄວ້າໂອກາດໃນການເປີດຕະຫລາດໃນລາວທາງດ້ານວຽກງານພຶ້ນຖານໂຄງລ່າງທີ່ສົດໃສໃນເວລານັ້ນ, ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ຈຶ່ງໄດ້ຄວ້າໂອກາດນີ້ໃນການວາງຕົວເອງໃຫ້ເປັນບໍລິສັດຊັ້ນນຳໃນການແກ້ໄຂບັນຫາການກໍ່ສ້າງ, ວິໄສທັດນີ້ໂດຍໄດ້ຮັບການເນັ້ນໜັກໃສ່ ການຈັດການອົງກອນ ແລະ ການພັດທະນາຊັບພະຍາກອນມະນຸດ ໄປຄຽງຄູ່ກັບການນຳໃຊ້ເທັກໂນໂລຊີທີ່ທັນສະໄໝ ເພື່ອໃຫ້ໝັ່ນໃຈໃນຄຸນນະພາບການເຮັດວຽກ ແລະ ຄວາມເພິ່ງພໍໃຈຂອງລູກຄ້າ. ເປົ້າໝາຍສູງສຸດຂອງເຮົາຄືການສ້າງງານທີ່ມີຄຸນນະພາບໃຫ້ໄດ້ມາດຕະຖານສາກົນ.

ຄວາມສາມາດໃນການແຂ່ງຂັນພາຍໃຕ້ການຈັດການຄຸນນະພາບລະດັບໂລກ, ໃນຊ່ວງເວລາທີ່ບໍລິສັດເຕີບໃຫຍ່ຂະຫຍາຍຕົວ ແລະ ວາງຮາກຖານທີ່ດີສຳລັບການດຳເນີນທຸລະກິດຢ່າງຕໍ່ເນື່ອງລວມເຖິງປະໂຫຍດຕໍ່ການພັດທະນາປະເທດ.

 

ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ແມ່ນໜຶ່ງໃນລາຍຊື່ຜູ້ຮັບເໝົາທີ່ໄດ້ຮັບອະນຸຍາດສຳລັບວຽກງານປະເພດ ກໍ່ສ້າງອາຄານ, ສາຍສົ່ງໄຟຟ້າ, ຂົວທາງ, ຊົນລະປະທານ ແລະ ນຳປະປາ. ປະຈຸບັດ ບໍລິສັດເຮົາເປັນໜຶ່ງໃນຜູ້ຮັບເໝົາລາຍໃຫຍ່ທີ່ສຸດແຫ່ງໜຶ່ງສຳລັບໂຄງການຂອງລັດ.

ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ເປັນບໍລິສັດກໍ່ສ້າງລາຍໃຫຍ່ຂອງປະເທດລາວທີ່ມີຄວາມສາມາດໂດຍລວມໃນວຽກງານກໍ່ສ້າງອາຄານ ແລະ ວຽກງານວິສະວະກຳໂຍທາ ເຊິ່ງລວມເຖິງການພັດທະນາດ້ານການອອກແບບ ແລະ ການເງິນ.

ກ່ຽວກັບພວກເຮົາ

02KPG

ເປັນຫຍັງຈຶ່ງເລືອກພວກເຮົາ

ປະສົບການຫຼາຍທົດສະວັດ

ກວ່າ 30 ປີ ຂອງປະສົບການທີ່ໄດ້ຮັບການພິສູດແລ້ວ ໃນການສົ່ງມອບໂຄງການໂຄງສ້າງພື້ນຖານຂະໜາດໃຫຍ່ ໃນທົ່ວ ສປປ ລາວ.

ຄວາມຊ່ຽວຊານດ້ານວິຊາຊີບ

ທີມງານວິສະວະກອນ ແລະ ຜູ້ຊ່ຽວຊານທີ່ມີທັກສະ ມຸ່ງໝັ້ນຕໍ່ມາດຕະຖານການກໍ່ສ້າງສາກົນ.

ການບໍລິການຄົບວົງຈອນ

ຕັ້ງແຕ່ວິສະວະກຳໂຍທາ ຈົນເຖິງໂທລະຄົມ ພວກເຮົາສະໜອງການແກ້ໄຂແບບຄົບວົງຈອນໃນຫຼາຍຂະແໜງ.

ສ້າງ ສປປ ລາວ ທີ່ແຂງແກ່ນ ດ້ວຍໂຄງສ້າງພື້ນຖານທີ່ມີຄຸນນະພາບ ແລະ ການບໍລິການທີ່ດີເລີດ

ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ

ພ້ອມທີ່ຈະເລີ່ມໂຄງການ?

ຕິດຕໍ່ພວກເຮົາມື້ນີ້ ເພື່ອສົນທະນາກ່ຽວກັບໂຄງການຂອງທ່ານ

ສົ່ງຂໍ້ຄວາມ