ກ່ຽວກັບພວກເຮົາ
ສ້າງອະນາຄົດຂອງລາວ ດ້ວຍປະສົບການ ແລະ ຄວາມເຊື່ອຖື
ບໍລິສັດ ກຸ່ມ ຄຳໄພ ຊະນະ ຖືກສ້າງຕັ້ງຂື້ນໃນປີ 1989 ( ເດີມມີຊື່ວ່າ ບໍລິສັດ ຄຳໄພ ຜະລິດຕະພັນໄມ້ ແລະ ເຟີນີເຈ ຈຳກັດ ) ເປັນບໍລິສັດ ທີ່ຈັດຫາເຟີນິເຈີ ແລະ ຜະລິດຕະພັນໄມ້ ສຳລັບຕະຫລາດພາຍໃນປະເທດ ແລະ ສົ່ງອອກຕ່າງປະເທດ, ພາຍຫລັງ ບໍລິສັດ ໄດ້ຂະຫຍາຍທຸລະກິດຮັບເໝົາ ກໍ່ສ້າງ ໃນປີ 1998 ເພື່ອຄວ້າໂອກາດໃນການເປີດຕະຫລາດໃນລາວທາງດ້ານວຽກງານພຶ້ນຖານໂຄງລ່າງທີ່ສົດໃສໃນເວລານັ້ນ, ບໍລິສັດ ກຸ່ມ ຄຳໄພ ຊະນະ ຈຳກັດ ຈຶ່ງໄດ້ຄວ້າໂອກາດນີ້ໃນການວາງຕົວເອງໃຫ້ເປັນບໍລິສັດຊັ້ນນຳໃນການແກ້ໄຂບັນຫາການກໍ່ສ້າງ, ວິໄສທັດນີ້ໂດຍໄດ້ຮັບການເນັ້ນໜັກໃສ່ ການຈັດການອົງກອນ ແລະ ການພັດທະນາຊັບພະຍາກອນມະນຸດ ໄປຄຽງຄູ່ກັບການນຳໃຊ້ເທັກໂນໂລຊີທີ່ທັນສະໄໝ ເພື່ອໃຫ້ໝັ່ນໃຈໃນຄຸນນະພາບການເຮັດວຽກ ແລະ ຄວາມເພິ່ງພໍໃຈຂອງລູກຄ້າ. ເປົ້າໝາຍສູງສຸດຂອງເຮົາຄືການສ້າງງານທີ່ມີຄຸນນະພາບໃຫ້ໄດ້ມາດຕະຖານສາກົນ.
ຄວາມສາມາດໃນການແຂ່ງຂັນພາຍໃຕ້ການຈັດການຄຸນນະພາບລະດັບໂລກ, ໃນຊ່ວງເວລາທີ່ບໍລິສັດເຕີບໃຫຍ່ຂະຫຍາຍຕົວ ແລະ ວາງຮາກຖານທີ່ດີສຳລັບການດຳເນີນທຸລະກິດຢ່າງຕໍ່ເນື່ອງລວມເຖິງປະໂຫຍດຕໍ່ການພັດທະນາປະເທດ.
ບໍລິສັດ ກຸ່ມ ຄຳໄພ ຊະນະ ຈຳກັດ ແມ່ນໜຶ່ງໃນລາຍຊື່ຜູ້ຮັບເໝົາທີ່ໄດ້ຮັບອະນຸຍາດສຳລັບວຽກງານປະເພດ ກໍ່ສ້າງອາຄານ, ສາຍສົ່ງໄຟຟ້າ, ຂົວທາງ, ຊົນລະປະທານ ແລະ ນຳປະປາ. ປະຈຸບັດ ບໍລິສັດເຮົາເປັນໜຶ່ງໃນຜູ້ຮັບເໝົາລາຍໃຫຍ່ທີ່ສຸດແຫ່ງໜຶ່ງສຳລັບໂຄງການຂອງລັດ.
ບໍລິສັດ ກຸ່ມ ຄຳໄພ ຊະນະ ຈຳກັດ ເປັນບໍລິສັດກໍ່ສ້າງລາຍໃຫຍ່ຂອງປະເທດລາວທີ່ມີຄວາມສາມາດໂດຍລວມໃນວຽກງານກໍ່ສ້າງອາຄານ ແລະ ວຽກງານວິສະວະກຳໂຍທາ ເຊິ່ງລວມເຖິງການພັດທະນາດ້ານການອອກແບບ ແລະ ການເງິນ.
0+
ປີປະສົບການ
0+
ບໍລິສັດລູກ
0+
ໂຄງການສຳເລັດ
0+
ພະນັກງານ
ເປັນຫຍັງຈຶ່ງເລືອກພວກເຮົາ
ປະສົບການຫຼາຍທົດສະວັດ
ກວ່າ 30 ປີ ຂອງປະສົບການທີ່ໄດ້ຮັບການພິສູດແລ້ວ ໃນການສົ່ງມອບໂຄງການໂຄງສ້າງພື້ນຖານຂະໜາດໃຫຍ່ ໃນທົ່ວ ສປປ ລາວ.
ຄວາມຊ່ຽວຊານດ້ານວິຊາຊີບ
ທີມງານວິສະວະກອນ ແລະ ຜູ້ຊ່ຽວຊານທີ່ມີທັກສະ ມຸ່ງໝັ້ນຕໍ່ມາດຕະຖານການກໍ່ສ້າງສາກົນ.
ການບໍລິການຄົບວົງຈອນ
ຕັ້ງແຕ່ວິສະວະກຳໂຍທາ ຈົນເຖິງໂທລະຄົມ ພວກເຮົາສະໜອງການແກ້ໄຂແບບຄົບວົງຈອນໃນຫຼາຍຂະແໜງ.
ບໍລິສັດໃນກຸ່ມ
ກຸ່ມບໍລິສັດຂອງພວກເຮົາປະກອບດ້ວຍບໍລິສັດທີ່ມີຄວາມຊ່ຽວຊານ ແຕ່ລະບໍລິສັດນຳຄວາມຊ່ຽວຊານທີ່ເປັນເອກະລັກມາສະໜອງການແກ້ໄຂແບບຄົບວົງຈອນ.
ຂະແໜງທຸລະກິດຂອງ KPG - ການກໍ່ສ້າງອາຄານ
ຂະແໜງທຸລະກິດຂອງ KPG - ໂຮງງານ ຄອນກຣີດ
ຂະແໜງທຸລະກິດຂອງ KPG - ເຟີນີເຈີ ແລະ ການອອກແບບຕົບແຕ່ງ ພາຍໃນ-ພາຍນອກ
ຂະແໜງທຸລະກິດຂອງ KPG - ການທ່ອງທ່ຽວແບບອະນຸລັກທຳມະຊາດ
ຂະແໜງທຸລະກິດຂອງ KPG - ໂທລະຄົມມະນາຄົມ
ຂະແໜງທຸລະກິດຂອງ KPG - ການກໍ່ສ້າງທາງ, ຂົວ ແລະ ຊົນລະປະທານ
ຂະແໜງທຸລະກິດຂອງ KPG - ໂຮງງານໂມ້ຫີນ
ຂະແໜງທຸລະກິດຂອງ KPG - ກະສິກຳ
ຂະແໜງທຸລະກິດຂອງ KPG - ສະຖາບັນການເງິນຈຸລະພາກ
"ສ້າງ ສປປ ລາວ ທີ່ແຂງແກ່ນ ດ້ວຍໂຄງສ້າງພື້ນຖານທີ່ມີຄຸນນະພາບ ແລະ ການບໍລິການທີ່ດີເລີດ"
— ກຸ່ມບໍລິສັດ ຄຳໄພຊະນະ ຈຳກັດ