ຮັບສະໝັກ ນັກພັດທະນາລະບົບໄອທີ / IT Developer (Laravel / Full-Stack)

Full time 📍ສະຖານທີ່: ບ້ານ ທົ່ງສ້າງນາງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ 27/10/2026 27/10/2026 - 31/10/2026

ລາຍລະອຽດວຽກ

ບໍລິສັດ ກຸ່ມ ຄຳໄພຊະນະ ຈຳກັດຜູ້ດຽວ (KPG) ຕ້ອງການຮັບສະໝັກ IT Developer ເພື່ອເຂົ້າມາຮັບຜິດຊອບໃນການພັດທະນາ, ປັບປຸງ, ບຳລຸງຮັກສາ ແລະ ຂຶ້ນລະບົບຊອບແວພາຍໃນອົງກອນ ເຊັ່ນ: ລະບົບ ERP, DMS, Intranet, ເວັບໄຊບໍລິສັດ, APIs ແລະ ແອັບພລິເຄຊັນມືຖື. ຕຳແໜ່ງນີ້ຈະໄດ້ຮ່ວມງານໃນການອອກແບບ ແລະ ພັດທະນາລະບົບເພື່ອໃຫ້ການປະຕິບັດງານຂອງອົງກອນມີຄວາມງ່າຍດາຍ, ປອດໄພ, ມີປະສິດທິພາບ ແລະ ຕອບສະໜອງການເຮັດວຽກຂອງທຸກພະແນກໄດ້ຢ່າງຕໍ່ເນື່ອງ.

ຄຸນສົມບັດ

Requirements (ຄຸນສົມບັດຜູ້ສະໝັກ):

  • ວຸດທິການສຶກສາ: ຈົບປະລິນຍາຕີ ສາຂາ ເຕັກໂນໂລຊີຂໍ້ມູນຂ່າວສານ (IT), ວິສະວະກຳຄອມພິວເຕີ (Computer Engineering), ວິສະວະກຳຊອບແວ ຫຼື ສາຂາທີ່ກ່ຽວຂ້ອງ.
  • ທັກສະດ້ານເຕັກນິກ (Hard Skills):
    • ມີປະສົບການໃນການຂຽນເວັບໄຊ / ລະບົບດ້ວຍ PHP / Laravel ຢ່າງໜ້ອຍ 1 ປີ.
    • ມີຄວາມຊຳນານໃນການນຳໃຊ້ MySQL ແລະ Git ເປັນຢ່າງດີ.
    • ມີຄວາມຮູ້ຄວາມເຂົ້າໃຈໃນການນຳໃຊ້ Tailwind CSS, Alpine.js, Blade ຕະຫຼອດຈົນການຈັດການ Server (SSH, cPanel).
    • ຫາກມີຄວາມຮູ້ ຫຼື ປະສົບການກ່ຽວກັບ Flutter ຈະໄດ້ຮັບການພິຈາລະນາເປັນພິເສດ.
  • ທັກສະດ້ານພາສາ ແລະ Soft Skills:
    • ສາມາດອ່ານ, ເຂົ້າໃຈ ແລະ ຄົ້ນຄວ້າເອກະສານເຕັກນິກ (Technical Documentation / API Specs) ພາສາອັງກິດໄດ້ດີ.
    • ມີທັກສະໃນການເຮັດວຽກຢ່າງເປັນລະບົບ, ມີຄວາມຮັບຜິດຊອບ ແລະ ມີລະບຽບຮຽບຮ້ອຍໃນການຈັດການ Code / Database.
    • ມີທັດສະນະຄະຕິບວກ (Open-minded), ພ້ອມທີ່ຈະຮັບຟັງຄຳຕິຊົມ (Feedback) ແລະ ນຳມາປັບປຸງແກ້ໄຂ.

ສິດທິປະໂຫຍດ

Benefits (ສິ່ງທີ່ຈະໄດ້ຮັບ & ສະຫວັດດີການ):

  • ເງິນເດືອນ ແລະ ໂບນັດຕາມໂຄງສ້າງບໍລິສັດ ແລະ ປະສົບການ.
  • ສະພາບແວດລ້ອມການເຮັດວຽກທີ່ທັນສະໄໝ ໄດ້ເຮັດວຽກກັບ Tech Stack ໃໝ່ໆ.
  • ໂອກາດໃນການຮຽນຮູ້ ແລະ ພັດທະນາທັກສະການອອກແບບ Enterprise Software ຂະໜາດໃຫຍ່.
  • ສະຫວັດດີການປະກັນສັງຄົມ ແລະ ວັນພັກປະຈຳປີຕາມກົດໝາຍແຮງງານ.

ສະໝັກຕອນນີ້

PDF, DOC, DOCX (ສູງສຸດ 10MB)