ທ່ານ ວັນເພັງ ສົມຊະນະ ຜູ້ອຳນວຍການ ນິຄົມອຸດສາຫະກຳ ໜອງຜື ໄດ້ຮ່ວມຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວ່າດ້ວຍການພັດທະນາເຂດເສດຖະກິດພິເສດຍືນຍົງ ຜ່ານການຮ່ວມມື ຈີນ-ອາຊຽນ ແລະ ກອງປະຊຸມສົ່ງເສີມການຮ່ວມມືສາກົນ ກ່ຽວກັບເຂດທົດລອງການຄ້າເສລີ ຂອງ ສປ ຈີນ ທີ່ນະຄອນນານນິງ ໃນວັນທີ 17-18 ກັນຍາ 2026.
ຄະນະຜູ້ແທນນຳພາໂດຍ ທ່ານ ປອ ບຸນເພັງ ສີບຸນເຮືອງ ຫົວໜ້າກົມອຸດສາຫະກຳປຸງແຕ່ງ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍ ທ່ານ ຕ້ອມ ໄຊສົງຄາມ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາອຸດສາຫະກຳ (UNIDO) ປະຈຳ ສປປ ລາວ. ຄະນະໄດ້ພົບປະ ແລະ ຫາລືກັບພາກສ່ວນລັດ, ຄູ່ຮ່ວມພັດທະນາ, ນັກລົງທຶນ ແລະ ຜູ້ຕາງໜ້າພາກເອກະຊົນ ກ່ຽວກັບການຮ່ວມມືດ້ານການພັດທະນາອຸດສາຫະກຳຍືນຍົງ, ເຂດເສດຖະກິດພິເສດ (SEZs), ນິຄົມອຸດສາຫະກຳ, ການຄ້າ ແລະ ການລົງທຶນ.
ກອງປະຊຸມຄັ້ງນີ້ ຍັງເປັນໂອກາດແລກປ່ຽນປະສົບການກັບຄູ່ຮ່ວມງານຈາກ ສປ ຈີນ, ມາເລເຊຍ, ອິນໂດເນເຊຍ, ໄທ ແລະ ຟິລິບປິນ ກ່ຽວກັບການພັດທະນາ ແລະ ການຄຸ້ມຄອງເຂດເສດຖະກິດພິເສດ ແລະ ນິຄົມອຸດສາຫະກຳ ໂດຍເນັ້ນໃສ່ການເພີ່ມຂີດຄວາມສາມາດແຂ່ງຂັນຂອງອຸດສາຫະກຳ, ການດຶງດູດການລົງທຶນ ແລະ ການສ້າງວຽກເຮັດງານທຳ.
ໜຶ່ງໃນຜົນສຳເລັດສຳຄັນຂອງກອງປະຊຸມ ແມ່ນການເປີດຕົວ “ເຄືອຂ່າຍການຮ່ວມມືຈີນ-ອາຊຽນ ດ້ານເຂດເສດຖະກິດພິເສດ ແລະ ນິຄົມອຸດສາຫະກຳ” ເຊິ່ງເປັນເວທີສຳລັບການຮ່ວມມືລະດັບພາກພື້ນ, ການແລກປ່ຽນຄວາມຮູ້ ແລະ ການຮ່ວມມືໃນອະນາຄົດ. ນອກຈາກນັ້ນ ຄະນະຜູ້ແທນຍັງໄດ້ຢ້ຽມຊົມງານວາງສະແດງ ຈີນ-ອາຊຽນ (CAEXPO) ແລະ ບູດວາງສະແດງຂອງ ສປປ ລາວ ເພື່ອຫາລືໂອກາດສົ່ງເສີມການຄ້າ ແລະ ດຶງດູດການລົງທຶນທີ່ມີຄຸນນະພາບ.
ສຳລັບ ນິຄົມອຸດສາຫະກຳ ໜອງຜື ການເຂົ້າຮ່ວມຄັ້ງນີ້ ຊ່ວຍຂະຫຍາຍເຄືອຂ່າຍນັກລົງທຶນ ແລະ ນຳເອົາມາດຕະຖານການຄຸ້ມຄອງນິຄົມລະດັບພາກພື້ນ ມາປັບໃຊ້ ເພື່ອຮອງຮັບນັກລົງທຶນທີ່ຈະເຂົ້າມາລົງທຶນໃນອະນາຄົດ.
ແຫຼ່ງຂໍ້ມູນ: UNIDO Lao PDR, ເຜີຍແຜ່ຄືນຈາກ ເວັບໄຊ ນິຄົມອຸດສາຫະກຳ ໜອງຜື