ການຊ່ວຍເຫຼືອ Corporate Social Responsibility (CSR)

ການຊ່ວຍເຫຼືອ Corporate Social Responsibility (CSR)

16/03/2026 CSR KPG Admin
  • ຊ່ວຍເຫຼືອ ພັກ-ລັດຖະບານ: ປະກອບສ່ວນເງິນສົດ 1 ຕື້ກີບ ເຂົ້າໃນກອງປະຊຸມໃຫຍ່ຄັ້ງທີ XI ແລະ ກອງປະຊຸມຕ່າງໆ, ສົມທົບທຶນສ້າງຫໍພິພິທະພັນແຫ່ງຊາດ ແລະ ຊ່ວຍເຫຼືອຜູ້ປະສົບໄພພິບັດ.
  • ດ້ານການສຶກສາ: ປຸກສ້າງໂຮງຮຽນປະຖົມ-ມັດທະຍົມ (ເຊັ່ນ: ໂຮງຮຽນມັດທະຍົມສົມບູນອິນແປງ) ແລະ ມອບອຸປະກອນການຮຽນໃຫ້ໂຮງຮຽນທຸກຍາກ.
  • ພັດທະນາຊົນນະບົດ: ພັດທະນາພື້ນຖານໂຄງລ່າງໃນເຂດຫ່າງໄກສອກຫຼີກ (ໂດຍສະເພາະແຂວງໄຊສົມບູນ) ແລະ ມອບສັດລ້ຽງໃຫ້ປະຊາຊົນຫຼາຍຮ້ອຍຄອບຄົວເພື່ອແກ້ໄຂຄວາມທຸກຍາກ.
  • ອະນຸລັກສິ່ງແວດລ້ອມ: ປູກຕົ້ນໄມ້ອຸດສາຫະກຳຫຼາຍລ້ານຕົ້ນໃນທຸກໆປີ ຢູ່ເຂດຕາດຊອນ, ເມືອງນາຊາຍທອງ.
  • ວຽກງານສາດສະໜາ: ສົ່ງເສີມວັດທະນະທຳ, ຮີດຄອງປະເພນີ ແລະ ສາດສະໜາອັນດີງາມຂອງຊາດ.