ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ແລະ ພາກສ່ວນທຸລະກິດ ມອບອຸປະກອນຫ້ອງການ ມູນຄ່າ 105 ລ້ານກີບ ໃຫ້ວິທະຍາຄານນາຍທະຫານບົກ ກົມມະດຳ

ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ແລະ ພາກສ່ວນທຸລະກິດ ມອບອຸປະກອນຫ້ອງການ ມູນຄ່າ 105 ລ້ານກີບ ໃຫ້ວິທະຍາຄານນາຍທະຫານບົກ ກົມມະດຳ

09/10/2026 CSR KPG Admin

ວັນທີ 9 ຕຸລາ 2026, ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ຮ່ວມກັບ ບໍລິສັດ ທອງເພັດ, ບໍລິສັດ ສີກັນໃຈ, ບໍລິສັດ FMB ແລະ ບໍລິສັດ PSC ໄດ້ມອບເຄື່ອງໃຊ້ຫ້ອງການ ໃຫ້ແກ່ ວິທະຍາຄານນາຍທະຫານບົກ ກົມມະດຳ (ວນກ). ຄະນະຜູ້ມອບນຳໂດຍ ສະຫາຍ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ. ຝ່າຍ ວນກ ມີ ສະຫາຍ ພົນຈັດຕະວາ ບົວໄລ ສີລັກສາ ຫົວໜ້າການເມືອງ ແລະ ສະຫາຍ ພົນຈັດຕະວາ ຄຳສຸກ ອິນທະພອນ ຫົວໜ້າການທະຫານ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.

ພິທີມອບອຸປະກອນຫ້ອງການ ໃຫ້ວິທະຍາຄານນາຍທະຫານບົກ ກົມມະດຳ

ເຄື່ອງທີ່ມອບປະກອບມີ ຄອມພິວເຕີຕັ້ງໂຕະ 3 ໜ່ວຍ, ເຄື່ອງພິມ 3 ໜ່ວຍ, ໂປເຈັກເຕີ 1 ຊຸດ ແລະ ເງິນສົດ 30 ລ້ານກີບ, ລວມມູນຄ່າ 105 ລ້ານກີບ. ການມອບຄັ້ງນີ້ ເພື່ອຊຸກຍູ້ການປະຕິບັດໜ້າທີ່ວຽກງານ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026-2027 ແລະ ວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ.

ພິທີມອບອຸປະກອນຫ້ອງການ ໃຫ້ວິທະຍາຄານນາຍທະຫານບົກ ກົມມະດຳ

ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳສຸກ ອິນທະພອນ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ ວນກ ກ່າວຂອບໃຈທຸກພາກສ່ວນທີ່ນຳເຄື່ອງ ແລະ ວັດຖຸປັດໃຈມາມອບໃຫ້, ພ້ອມທັງຢືນຢັນວ່າ ຈະນຳໄປໃຊ້ເຂົ້າໃນວຽກງານຕົວຈິງຂອງກົມກອງ ໃຫ້ຖືກຕ້ອງ ແລະ ເກີດປະໂຫຍດສູງສຸດ.

ພິທີມອບອຸປະກອນຫ້ອງການ ໃຫ້ວິທະຍາຄານນາຍທະຫານບົກ ກົມມະດຳ

ພາບ-ຂ່າວ: ພັນຕີ ນາງ ຕ່ວນບຸບຜາ ທິບທິດາ, ວິທະຍາຄານນາຍທະຫານບົກ ກົມມະດຳ