ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ສືບຕໍ່ມອບງົວໃຫ້ປະຊາຊົນທຸກຍາກ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ

ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ສືບຕໍ່ມອບງົວໃຫ້ປະຊາຊົນທຸກຍາກ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ

29/01/2020 CSR KPG Admin

ໃນທ້າຍເດືອນມັງກອນ 2020 ໂຄງການ KPG ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໄດ້ມອບງົວແມ່ພັນພື້ນເມືອງລາວ 197 ໂຕ ໃຫ້ 99 ຄອບຄົວທຸກຍາກ ຢູ່ບ້ານນາຊົງ ແລະ ບ້ານວຽງທອງ ເມືອງທ່າໂທມ ພ້ອມແນວພັນພືດ ລວມມູນຄ່າ 1,1 ຕື້ກີບ. ຫຼັງຈາກ 4 ປີ ແຕ່ລະຄອບຄົວຈະສົ່ງແມ່ພັນຄືນ 2 ໂຕ ເພື່ອໝູນວຽນມອບໃຫ້ຄອບຄົວອື່ນ. ໃນພິທີ ບໍລິສັດຍັງມອບເງິນ 50 ລ້ານກີບ ສະໜັບສະໜູນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງທ່າໂທມ.

ທີ່ມາ: Lao People's Army newspaper (kongthap.gov.la)