ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ໄດ້ຮັບສຳປະທານດິນ 500 ເຮັກຕາ ເພື່ອພັດທະນາຟາມກະສິກຳ ຢູ່ເມືອງນາຊາຍທອງ
03/12/2013
ຂ່າວ
KPG Admin
ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ໄດ້ມອບສຳປະທານດິນ 500 ເຮັກຕາ ຢູ່ເອລາຍ ເມືອງນາຊາຍທອງ ໃຫ້ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ເພື່ອພັດທະນາໂຄງການຟາມກະສິກຳ. ໂຄງການລ້ຽງສັດ ແລະ ປູກພືດຜັກປອດສານພິດ ເພື່ອສະໜອງໃຫ້ຕະຫຼາດນະຄອນຫຼວງ ແລະ ສົ່ງອອກ. ສັນຍາໄດ້ເຊັນຢູ່ໂຮງແຮມລ້ານຊ້າງ ໂດຍ ທ່ານ ຄຳໄພ ສົມຊະນະ ຕາງໜ້າບໍລິສັດ.