ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ໄດ້ຮັບອະນຸຍາດ ສຶກສາໂຄງການໄຟຟ້ານ້ຳຕົກ 2 ແຫ່ງ ຢູ່ລຸ່ມນ້ຳງື່ມ
26/05/2017
ຂ່າວ
KPG Admin
ວັນທີ 26 ພຶດສະພາ 2017 ກະຊວງແຜນການ ແລະ ການລົງທຶນ ແລະ ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ໄດ້ເຊັນ MOU ສຶກສາຄວາມເປັນໄປໄດ້ ໂຄງການໄຟຟ້າ 2 ແຫ່ງ ຢູ່ເຂດລຸ່ມນ້ຳງື່ມ ແຂວງວຽງຈັນ: ແຫ່ງໜຶ່ງຢູ່ຊູມ ເມືອງທຸລະຄົມ ແລະ ອີກແຫ່ງຢູ່ນ້ຳນິນ ເມືອງວຽງຄຳ. ໂຄງການເປັນແບບນ້ຳໄຫຼຜ່ານ (run-of-river) ມີອ່າງເກັບນ້ຳນ້ອຍ ເພື່ອຫຼຸດຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ. ທ່ານ ຄຳໄພ ສົມຊະນະ ເປັນຜູ້ລົງນາມຝ່າຍບໍລິສັດ.