ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ເຊັນສັນຍາສຳປະທານ ໂຄງການກະສິກຳ ແລະ ປ່າໄມ້ ມູນຄ່າ 95 ລ້ານໂດລາ ຢູ່ແຂວງໄຊສົມບູນ

ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ເຊັນສັນຍາສຳປະທານ ໂຄງການກະສິກຳ ແລະ ປ່າໄມ້ ມູນຄ່າ 95 ລ້ານໂດລາ ຢູ່ແຂວງໄຊສົມບູນ

03/07/2020 ຂ່າວ KPG Admin

ວັນທີ 3 ກໍລະກົດ 2020 ອົງການປົກຄອງແຂວງໄຊສົມບູນ ແລະ ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ໄດ້ເຊັນສັນຍາສຳປະທານ ໂຄງການ KPG ພັດທະນາກະສິກຳ ແລະ ປ່າໄມ້ ຄົບວົງຈອນ ຢູ່ເມືອງອະນຸວົງ, ທ່າໂທມ ແລະ ລ້ອງແຈ້ງ. ໂຄງການປູກພືດຜັກປອດສານພິດ ແລະ ລ້ຽງສັດເປັນສິນຄ້າ ໃນຮູບແບບ 2+3 ມີມູນຄ່າລົງທຶນ 95 ລ້ານໂດລາ ແລະ ໄລຍະສຳປະທານ 50 ປີ. ພິທີມີເຈົ້າແຂວງໄຊສົມບູນ ແລະ ທ່ານ ຄຳໄພ ສົມຊະນະ ເຂົ້າຮ່ວມ.

ທີ່ມາ: KPL (Lao News Agency)