ພູເບ້ຍ ຫຼັງຄາຂອງລາວ ກຽມເປັນແຫຼ່ງທ່ອງທ່ຽວໃໝ່
25/12/2023
ຂ່າວ
KPG Admin
ທ່ານ ຄຳໄພ ສົມຊະນະ ປະທານ ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ໄດ້ຮັບອະນຸຍາດໃຫ້ພັດທະນາສິ່ງອຳນວຍຄວາມສະດວກດ້ານທ່ອງທ່ຽວ ຢູ່ພູເບ້ຍ ເມືອງອະນຸວົງ ແຂວງໄຊສົມບູນ. ບໍລິສັດວາງແຜນສ້າງຣີສອດ 51 ຫຼັງ ແລະ ທາງຄອນກຣີດຂຶ້ນຮອດຈອມພູ ໃຫ້ແລ້ວໃນລະດູແລ້ງປີ 2024. ທ່ານຍັງເນັ້ນວ່າການທ່ອງທ່ຽວສ້າງລາຍຮັບແບບຍືນຍົງ ຫຼາຍກວ່າການຂຸດຄົ້ນຊັບພະຍາກອນ.
ທີ່ມາ: Vientiane Times