ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ເຊັນ MOU ສຶກສາການພັດທະນາດອນລີ້ນ ແຂວງບໍລິຄຳໄຊ ເປັນແຫຼ່ງທ່ອງທ່ຽວ
26/04/2016
ຂ່າວ
KPG Admin
ວັນທີ 26 ເມສາ 2016 ພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄຳໄຊ ແລະ ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ ພັດທະນາດອນລີ້ນ ບ້ານໂພນໄຊ ເມືອງປາກຊັນ ໃຫ້ເປັນແຫຼ່ງທ່ອງທ່ຽວຄົບວົງຈອນ. ແຜນລວມມີຫາດຊາຍທຽມ, ໂຮງແຮມ, ຣີສອດ ແລະ ຮ້ານອາຫານ. ການສຶກສາໃຊ້ເວລາໜຶ່ງປີ ແລະ ບໍລິສັດເປັນຜູ້ອອກທຶນເອງທັງໝົດ.
ທີ່ມາ: Laopost