ພະນັກງານສະໜັບສະໜູນດ້ານໄອທີ (IT Support)

Full time Vientiane Capital 27/10/2026 27/10/2026 - 30/11/2026

ລາຍລະອຽດວຽກ

ຈຸດປະສົງຂອງວຽກ

ຮັບຜິດຊອບໃນການຄຸ້ມຄອງ, ດູແລ, ຕິດຕັ້ງ ແລະ ແກ້ໄຂບັນຫາດ້ານເຕັກນິກຂອງລະບົບຄອມພິວເຕີ, ເຄືອຂ່າຍ (Network), ອຸປະກອນໄອທີ, ໂປຣແກຣມນຳໃຊ້ (Software) ແລະ ລະບົບພື້ນຖານໂຄງລ່າງ IT ພາຍໃນອົງກອນ ເພື່ອໃຫ້ລະບົບສາມາດດຳເນີນງານໄດ້ຢ່າງຕໍ່ເນື່ອງ, ມີປະສິດທິພາບ ແລະ ປອດໄພ.

ໜ້າທີ່ຄວາມຮັບຜິດຊອບຫຼັກ

ການບໍລິການ ແລະ ແກ້ໄຂບັນຫາ (User Support & Helpdesk)

  • ໃຫ້ການຊ່ວຍເຫຼືອ, ໃຫ້ຄຳປຶກສາ ແລະ ແກ້ໄຂບັນຫາດ້ານ IT (Hardware, Software, Network) ໃຫ້ກັບພະນັກງານພາຍໃນອົງກອນ.
  • ຮັບເລື່ອງ ແລະ ບັນທຶກປະຫວັດການແຈ້ງບັນຫາ (IT Tickets/Troubleshooting) ພ້ອມຕິດຕາມການແກ້ໄຂໃຫ້ສຳເລັດຕາມເວລາທີ່ກຳນົດ.

ການດູແລ ແລະ ຈັດການອຸປະກອນ (Hardware & Software Maintenance)

  • ຕິດຕັ້ງ, ກຳນົດຄ່າ (Configure) ແລະ ອັບເດດລະບົບປະຕິບັດການ (Windows/macOS), ໂປຣແກຣມນຳໃຊ້ (MS Office, Antivirus ແລະ ອື່ນໆ).
  • ກວດເຊັກ, ບຳລຸງຮັກສາ (Preventive Maintenance) ແລະ ສ້ອມແປງອຸປະກອນ IT ເຊັ່ນ: PC, Laptop, Printer, Scanner, Projector ແລະ ອຸປະກອນຕໍ່ພ່ວງ.
  • ຈັດການບັນຊີລາຍຊື່ ແລະ ກວດນັບອຸປະກອນ IT (IT Asset Inventory) ຂອງບໍລິສັດ.

ການຄຸ້ມຄອງລະບົບເຄືອຂ່າຍ ແລະ ຄວາມປອດໄພ (Network & Security)

  • ດູແລ ແລະ ກວດເຊັກຄວາມຮຽບຮ້ອຍຂອງລະບົບ Local Network (LAN, Wi-Fi, Router, Switch, IP Phone).
  • ຈັດການສິດການເຂົ້າເຖິງລະບົບ, ສ້າງບັນຊີຜູ້ໃຊ້ (Email/Active Directory/Domain) ໃຫ້ພະນັກງານໃໝ່ ແລະ ຍົກເລີກສິດຂອງພະນັກງານທີ່ລາອອກ.
  • ດຳເນີນການສຳຮອງຂໍ້ມູນ (Data Backup) ຕາມຮອບວຽນທີ່ກຳນົດ ແລະ ກວດເຊັກລະບົບປ້ອງກັນໄວຣັສ (Antivirus Security).

ວຽກງານອື່ນໆ

  • ປະສານງານກັບຜູ້ສະໜອງ (Vendors/Suppliers) ໃນການຊື້, ສ້ອມແປງ ຫຼື ຮັບປະກັນອຸປະກອນ IT.
  • ສ້າງຄູ່ມືການໃຊ້ງານ IT ພື້ນຖານ ແລະ ຈັດຝຶກອົບຮົມການໃຊ້ງານອຸປະກອນ/ລະບົບ ໃຫ້ພະນັກງານໃໝ່.
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າຂະແໜງການ.

ວິທີສະໝັກ

  • ກຳນົດສົ່ງເອກະສານບໍ່ເກີນ: 30 ພະຈິກ 2026
  • ສົນໃຈສົ່ງ CV ມາທີ່ອີເມວ hr@kpglao.com ຫຼື ໂທ 020 51623962
  • ສະຖານທີ່: ຊັ້ນ 6, ອາຄານ KPG, ບ້ານ ທົ່ງສ້າງນາງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ

ຄຸນສົມບັດ

  • ວຸດທິການສຶກສາ: ຈົບປະລິນຍາຕີ ຫຼື ທຽບເທົ່າ ໃນສາຂາ ເຕັກໂນໂລຊີຂໍ້ມູນຂ່າວສານ (IT), ວິທະຍາສາດຄອມພິວເຕີ (Computer Science), ວິສະວະກຳຄອມພິວເຕີ ຫຼື ສາຂາທີ່ກ່ຽວຂ້ອງ.
  • ປະສົບການ: ມີປະສົບການເຮັດວຽກດ້ານ IT Support, Helpdesk ຫຼື System Admin ຢ່າງໜ້ອຍ 1–2 ປີ (ຍິນດີຮັບນັກສຶກສາຈົບໃໝ່ທີ່ມີທັກສະໂດດເດັ່ນ).
  • ໃຊ້ Windows ແລະ Microsoft 365 ໄດ້ຄ່ອງ, ປະກອບ ແລະ ລົງໂປຣແກຣມເຄື່ອງເອງໄດ້ ແລະ ເຂົ້າໃຈພື້ນຖານເຄືອຂ່າຍ (IP, LAN, Wi-Fi).
  • ໃຈເຢັນ, ສຸພາບ ແລະ ອະທິບາຍເລື່ອງເຕັກນິກໃຫ້ຄົນທົ່ວໄປເຂົ້າໃຈໄດ້.

ສະໝັກຕອນນີ້

PDF, DOC, DOCX (ສູງສຸດ 10MB)