ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ ມອບເງິນ 200 ລ້ານກີບ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ
30/09/2019
CSR
KPG Admin
ວັນທີ 30 ກັນຍາ 2019 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຕາງໜ້າລັດຖະບານ ຮັບເງິນຊ່ວຍເຫຼືອ 200 ລ້ານກີບ ຈາກບໍລິສັດກຸ່ມ ຄຳໄພຊະນະ ຈຳກັດ. ເງິນດັ່ງກ່າວ ຈະນຳໄປຊ່ວຍແຂວງທີ່ຖືກນ້ຳຖ້ວມ ຢູ່ພາກກາງ ແລະ ພາກໃຕ້. ທ່ານ ຄຳໄພ ສົມຊະນະ ປະທານກຸ່ມບໍລິສັດ ເປັນຜູ້ມອບ.
ທີ່ມາ: KPL (Lao News Agency)